LANOG ກໍາລັງ ເປີດ ຮັບສະໝັກ ຮ່ວມ ກິດຈະກຳ LANOG Fellowships 2023. ໄວໜຸ່ມ ທີ່ຮຽນ ແລະ ຜູ້ປະກອບອາຊີບ ກ່ຽວກັບ ລະບົບ ເຄືອຂ່າຍ ຄອມພິວເຕີ, ວິສະວະກໍາ ເຄືອຂ່າຍ ແລະ ການ ອອກແບບ ເຄືອຂ່າຍ ຈາກ ສະຖາບັນ, ວິທະຍາໄລ, ແລະ ອົງການ ຈັດຕັ້ງ ທັງ ພາກ ລັດ ແລະ ເອກະຊົນ ສາມາດ ສະໝັກ ເພື່ອ ເຂົ້າຮ່ວມ ໃນ ການ ຝຶກອົບຮົມ ທາງດ້ານ ລະບົບ ເຄືອຂ່າຍ ຄອມພິວເຕີ ແລະ ກອງປະຊຸມ ວິຊາການ ປະຈຳປີ ຂອງ LANOG.

ເປົ້າ​ຫມາຍ​ຂອງ​ກິດຈະກຳ​ແມ່ນ​:

  • ເພື່ອພັດທະນາ​ຄວາມ​ຮູ້ ​ແລະ ທັກ​ສະວິຊາ​ສະ​ເພາະ ​ຂອງຜູ້​ເຂົ້າຮ່ວມ​​;
  • ເພື່ອກະກຽມຄວາມພ້ອມໃນການປະກອບອາຊີບໃນດ້ານການຄົ້ນຄວ້າ, ວິຊາການ, ແລະ ການປະຕິບັດວຽກຕົວຈິງ;
  • ເພື່ອສ້າງໂອກາດໃນການ ຂະຫຍາຍ ເຄືອຂ່າຍຂອງຜູ້ເຂົ້າຮ່ວມ;
  • ເພື່ອຊຸກ​ຍູ້​​ໃຫ້ຜູ້ເຂົ້າຮ່ວມ​ພັດທະນາ ຮັກ ການຮຽນຮູ້ ແລະ ລົງມືປະຕິບັດ ຕົວຈິງ​.

ກິດຈະກຳ​ LANOG Fellowship ຈະປະກອບມີ:

  • ເຂົ້າຮ່ວມ ການ ສຳມະນາ ຝຶກອົບຮົມ 3 ມື້ ໃນ ຫົວຂໍ້ “ Defensive Network and Information Security (Blue Team)” ທີ່ ນະຄອນຫຼວງ ວຽງຈັນ, ສປປ ລາວ ຈາກ ອົງການ ສາກົນ APNIC
  • ເຂົ້າຮ່ວມ ກອງປະຊຸມ LANOG 1.0 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ທ່ານ ຈະຕ້ອງ ຢືນຢັນວ່າ ຈະ ເຂົ້າຮ່ວມ ທຸກກິດຈະກຳ ໂດຍ ບໍ່ ຂາດ ແລະ ສົ່ງຂໍ້ມູນ ການສະໝັກ ໃຫ້ ກັບ ຄະນະ ຮັບຜິດຊອບ ການ ຂັດເລືອກ. ກິດຈະກຳ Fellowship ນີ້ ເນັ້ນໜັກ ເປັນພິເສດ ກ່ຽວກັບ ບົດບາດ ຍິງ – ຊາຍ ແລະ ຄວາມຫຼາກ ຫຼາຍ.

ສິດທີ່ຈະໄດ້ຮັບ

ຜູ້ສະໝັກທີ່ປະສົບຜົນສໍາເລັດຈະໄດ້ຮັບດັ່ງຕໍ່ໄປນີ້:

  • ສິດທິພິເສດໃນການເຂົ້າຮ່ວມ ຝຶກອົບຮົມ 3 ມື້ ໃນຫົວຂໍ້ “ Defensive Network and Information Security (Blue Team)” 
  • ອາຫານວ່າງ ແລະ ອາຫານທ່ຽງທັງ 3 ມື້
  • Free ຄ່າລົງທະບຽນສໍາລັບກອງປະຊຸມ LANOG 1.0 (ທັງອາຫານຫວ່າງ, ອາຫານທ່ຽງ ແລະ ອາຫານຄຳ)
  • ການ ສະໜັບສະໜູນ ເຂົ້າຮຽນ APNIC Academy ຈໍານວນ 3 ຫົວຂໍ້
  • ເສື້ອຢືດ ແລະ ສາຍເຊືອກ ຄ້ອງຄໍ ເຮັດ ມາ ສະເພາະ ງານນີ້
  • ໃບຢັ້ງຢືນ ການສໍາເລັດ ການຮ່ວມ ຝຶກອົບຮົມ

ຄຸນສົມບັດຂອງຜູ້ສະໝັກ

ບຸກຄົນທີ່ມີສ່ວນຮ່ວມຢ່າງຫ້າວຫັນໃນການພັດທະນາອິນເຕີເນັດໃນລາວ ແລະ ຜູ້ທີມີຄຸນສົມບັດດັ່ງນີ້:

  • ເປັນ ນັກສຶກສາ ທີ່ ມີພື້ນຖານ ກ່ຽວກັບ ເຄືອຂ່າຍ ຄອມພິວເຕີ
  • ເປັນ ນັກວິສະວະກໍາ ເຄືອຂ່າຍ ແລະ ການ ອອກແບບ ເຄືອຂ່າຍ
  • ເປັນ ນັກ ຄຸ້ມຄອງ ເຄືອຂ່າຍ ແລະ ສູນ ປະຕິບັດງານ ເຄືອຂ່າຍ
  • ເປັນ ນັກ ຄຸ້ມຄອງ ອອກແບບ ຄວາມ ປອດໄພ ເຄືອຂ່າຍ
  • ເປັນ ນັກສຶກສາ ແລະ ຄູອາຈານ

ຄຸນສົມບັດສໍາລັບການໄດ້ຮັບ Fellowship 

ເພື່ອໃຫ້ຖືກຂັດເລືອກ, ຜູ້ສະໝັກຕ້ອງ:

  • ຜູ້ສະໝັກຕ້ອງມາຈາກມະຫາວິທະຍາໄລ / ສະຖາບັນ, ຜູ້ໃຫ້ບໍລິການ ISPs, ແລະ IXPs;
  • ປັດຈຸບັນ ຍັງຮຽນ ຫຼື ມີວຸດທີ ວິທະຍາສາດຄອມພິວເຕີ, ເຕັກໂນໂລຊີຂໍ້ມູນຂ່າວສານ, ຫຼື ລະດັບທີ່ຄ້າຍຄືກັນ;
  • ສະແດງໃຫ້ເຫັນຄວາມສົນໃຈໃນການເຮັດວຽກຂອງລະບົບເຄືອຂ່າຍໂດຍຜ່ານປະສົບການເຮັດວຽກທີ່ກ່ຽວຂ້ອງ;
  • ມີປະສົບການກ່ຽວກັບເຕັກໂນໂລຢີເຄືອຂ່າຍ;
  • ສາມາດເຂົ້າຮ່ວມເຕັມເວລາ ໃນໄລຍະຂອງກິດຈະກຳ.

ຂະບວນການຄັດເລືອກ

ຄະ​ນະ ​ກໍາ​ມະ​ການ ​ຄັດ​ເລືອກ​ ຈະປະ​ເມີນ ​ຄໍາ​ຮ້ອງ​ ສະໝັກ ​ທັງ​ໝົດ ຢ່າງ ລະ​ອຽດ​​ ແລະ ຈະ ຄັດເລືອກ ຜູ້ສະໝັກ ທີ່ເໝາະສົມ ທີ່ສຸດ ຕໍ່ ເປົ້າໝາຍ ຂອງ ກິດຈະກຳ, ໂດຍ ຈະຄໍານຶງ ເຖິງ ໂອກາດ ແກ່ ບຸກຄົນ ຈາກ ຄວາມ ຫຼາກຫຼາຍ ພາກສ່ວນ ຕ່າງໆ ແລະ ເພດ ຢ່າງ ເທົ່າທຽມກັນ.

ການ ຕັດສິນ ຂອງ ຄະນະ ກໍາມະການ ຄັດເລືອກ ແມ່ນ ຈະ ເຂັ້ມງວດ ແລະ ຜູ້ສະໝັກ ທີ່ ຖືກ ຄັດເລືອກ ຈະ ຕິດຕໍ່, ແຈ້ງ ໄປຫາ. ຫຼັງຈາກນັ້ນ, ບັນຊີ ລາຍຊື່ ຂອງ Fellows ທີ່ ຖືກ ຄັດເລືອກ ຈະ ຖືກ ປະກາດ ຢູ່ ໃນ ເວັບໄຊທ໌ ຂອງ ກອງປະຊຸມ LANOG.